ຄົນພິການ

ນີ້ແມ່ນບົດເລື່ອງຄວາມສຳເລັດທີ່ກ່ຽວກັບການສົ່ງເສີມຄົນພິການ, ພວກເຮົາໄດ້ເອົາໃຈໃສ່ ແລະ ຕັ້ງໜ້າສະໜັບສະໜູນໃຫ້ຄົນພິການສາມາດເຂົ້າຮ່ວມໃນສັງຄົມ ແລະ ມີຊີວິດທີ່ສະດວກສະບາຍຂື້ນ ໂດຍໄດ້ເຜີຍແຜ່ຄວາມຮູ້ທາງດ້ານສິດທິຄວາມສະເໝີພາບຂອງຄົນພິການໃຫ້ຊຸມຊົນຮັບຮູ້, ສົ່ງເສີມກິດຈະກຳສ້າງລາຍຮັບ, ປັບປຸງຫົນທາງໃຫ້ຄົນພິການ ເຂົ້າເຖິງໄດ້, ສົ່ງຕໍ່ຄົນພິການເຂົ້າຮັບການປິ່ນປົວ, ບຳບັດ ແລະ ອື່ນໆ. ເຊິ່ງມີບາງບົດເລື່ອງທີ່ພົ້ນເດັ່ນ ສະແດງໃຫ້ເຫັນເຖິງຄວາມສຳເລັດຂອງພວກເຮົາ, ຂໍເຊີນທ່ານອ່ານ ແລະ ຕິດຕາມນຳກັນໄດ້:

“ ກິ່ງ ອ້າຍຜູ້ເສຍສະຫຼະ ”

ທ້າວ ກິ່ງ ດວງວິໄລ ອາຍຸ 31 ປີ, ປັດຈຸບັນອາໄສຢູ່ກັບແມ່ ແລະ ຫຼານນ້ອຍ 1 ຄົນທີ່ບ້ານ ໜອງຈອງ, ເມືອງ ຈອມເພັດ, ແຂວງພະບາງ. ລາວມີອ້າຍນ້ອງນຳກັນທັງໝົດ 3 ຄົນ. ບ້ານເກີດເມືອງນອນຂອງກິ່ງຢູ່ທີ່ບ້ານ ວຽງແກ້ວ, ເມືອງ ສີສັດຕະນາກ, ນະຄອນຫລວງວຽງຈັນ. ພໍ່ແມ່ເປັນກຳມະກອນຢູ່ສວນໝາກມ່ວງ ແລະ ສາເຫດທີ່ພາໃຫ້ເກີດມີຄວາມເປັນພິການນັ້ນຍ້ອນວ່າ ຕອນລາວອາຍຸໄດ້ 8 ເດືອນລາວບໍ່ສະບາຍ ເປັນທ້ອງຂີ້ຮາກ, ຄອບຄົວກໍ່ເລີຍພາລາວໄປສັກຢາ ຈື່ງເຮັດໃຫ້ຂາລາວເປັນພິການມາເຖິງປັດຈຸບັນ. ຍ້ອນຄອບຄົວທຸກຍາກ ກໍ່ເລີຍຕ້ອງໄດ້ໄປຊອກວຽກເຮັດງານທຳ ເພື່ອຫາລາຍຮັບມາສ້າງສາພັດທະນາຄອບຄົວໃຫ້ດີຂຶ້ນ, ແຕ່ກໍ່ບໍ່ໄດ້ເປັນໄປຕາມທີ່ຫວັງ ເພາະຕອນນັ້ນພໍ່ແມ່ໄດ້ມີລູກນຳກັນ 3 ຄົນ ແລະ ກິ່ງ ກໍ່ຕ້ອງໄດ້ເບິ່ງແຍງນ້ອງອີກ 2 ຄົນເມື່ອພໍ່ແມ່ໄດ້ອອກໄປເຮັດວຽກແຕ່ລະມື້. ລາວມີຄວາມຫຍຸ້ງຍາກໃນການເບິ່ງແຍງນ້ອງ 2 ຄົນ, ເພາະວ່າຕົນເອງກໍ່ມີຄວາມຫຍຸ້ງຍາກໃນການໄປມາ ແລະ ຕ້ອງໄດ້ມາຮັບຜິດຊອບໃນການເບິ່ງແຍງນ້ອງອີກ.

ຫຼັງຈາກຮຽນຮອດ ປ 4, ກິ່ງກໍ່ຈໍາໃຈຕ້ອງໄດ້ອອກໂຮງຮຽນ ເພາະວ່າເສຍສະລະໃຫ້ນ້ອງໆທັງສອງໄດ້ເຂົ້າໂຮງຮຽນຕໍ່ໄປ ຍ້ອນຄອບຄົວບໍ່ສາມາດສົ່ງລູກຮຽນໄດ້ໝົດທຸກຄົນ. ຕອນນັ້ນ, ກິ່ງເອງກໍ່ຄິດວ່າຖ້າຮຽນຕໍ່ໄປ ຈົບມາກໍ່ບໍ່ມີໃຜຈະຮັບເອົາໄປເຮັດວຽກນຳ, ມີບາງຄັ້ງກໍ່ມີແນວຄວາມຄິດນ້ອຍໃຈ ຍ້ອນຕົນເອງເປັນຄົນພິການ ເຊິ່ງຕ້ອງໄດ້ອາໄສແຕ່ຄົນອື່ນເປັນສ່ວນຫຼາຍ ແລະ ຍັງເປັນພາລະໃຫ້ກັບຄອບຄົວ ແລະ ຍາດພີ່ນ້ອງອີກດ້ວຍ. ພາຍຫຼັງມີໂຄງການພັດທະນາຄົນພິການແບບມີສ່ວນຮ່ວມຂອງຊຸມຊົນ ເຂົ້າມາຊ່ວຍເຫຼືອຄົນພິການພາຍໃນບ້ານຂອງຕົນເອງ ກໍ່ຮູ້ສືກມີຄວາມຫວັງຂື້ນອີກຄັ້ງ. ພ້ອມກັນນີ້, ກິ່ງກໍ່ໄດ້ເອົາໃຈໃສ່ເຂົ້າຮ່ວມກິດຈະກຳຕ່າງໆທີ່ທາງໂຄງການໄດ້ມາຈັດຕັ້ງປະຕິດບັດຢູ່ຂັ້ນບ້ານ ແລະ ຂັ້ນເມືອງ. ໃນທີ່ສຸດກິ່ງໄດ້ຖືກຄັດເລືອກມາເປັນຕາງໜ້າກຸ່ມຊ່ວຍເຫຼືອຕົນເອງຂອງຄົນພິການຢູ່ບ້ານໜອງຈອງ. ລາວໄດ້ກາຍເປັນຕົວແທນຂອງສະມາຊິກຄົນພິການເຂົ້າຮ່ວມການຝືກອົບຮົມ ແລະ ກອງປະຊຸມຕ່າງໆທີ່ທາງໂຄງການຈັດຂຶ້ນ. ທ້າວ ກິ່ງ ຈຶ່ງສະເໜີຂໍຄວາມຊ່ວຍເຫຼືອຈາກໂຄງການ ເພື່ອມາຕໍ່ຍອດສິ່ງທີ່ຕົນເອງມັກ ແລະ ຖະນັດທີ່ສຸດ ນັ້ນກໍ່ຄືການເຮັດຮ້ານຕັດຜົມ, ເພາະມັນຈະສ້າງອາຊີບທີ່ໝັ້ນຄົງໃຫ້ກັບຕົນເອງ ແລະ ສາມາດສ້າງລາຍຮັບໃຫ້ກັບຕົນເອງ ຫຼື ເປັນການແບ່ງເບົາພາລະໃຫ້ກັບຄອບຄົວອີກທາງໜຶ່ງ. ຫຼັງຈາກນັ້ນ, ທາງໂຄງການກໍ່ໃຫ້ການຊ່ວຍເຫຼືອ ໂດຍເລີ່ມຈາກການເອົາໄປຝືກອົບຮົມກ່ຽວກັບການຕັດຜົມ ເພື່ອຮຽນຮູ້ເຕັກນິກຕ່າງໆ ແລະ ຫຼາຍໆຢ່າງພາຍໃນເວລາທີ່ບໍ່ດົນ.

ຂ້ອຍໄດ້ຮັບອຸປະກອນໃນການສ້າງຮ້ານຕັດຜົມ ແລະ ອຸປະກອນຕັດຜົມ ທີ່ຄົບຖ້ວນ, ຂ້ອຍຈື່ງສາມາດຕັ້ງຮ້ານຕັດຜົມ ຂອງຕົນເອງ ພາຍໃນບ້ານຂອງຂ້ອຍໄດ້ ແລະ ຊາວບ້ານພາຍໃນບ້ານກໍ່ໄດ້ໃຫ້ຄວາມສົນໃຈມາໃຊ້ບໍລິການຂ້ອຍຫຼາຍຂຶ້ນ. ເຊິ່ງປັດຈຸບັນນີ້ຂ້ອຍກໍ່ມີລູກຄ້າ ແລະ ລາຍຮັບຫຼາຍຂຶ້ນ.