ການສຶກສາ
ນີ້ແມ່ນບົດເລື່ອງຄວາມສຳເລັດທີ່ກ່ຽວກັບການມີສ່ວນຮ່ວມຂອງຊຸມຊົນເພື່ອການສຶກສາທີ່ມີຄຸນະພາບ, ພວກເຮົາໄດ້ຊ່ວຍໃນການປັບປຸງສິ່ງອຳນວຍຄວາມສະດວກໃນໂຮງຮຽນເຊັ່ນ: ໂຕະ, ຕັ່ງ, ຫ້ອງຮຽນ, ລະບົບນ້ຳໃຊ້, ອຸປະກອນສຸຂະອະນາໄມອື່ນໆທີ່ຈຳເປັນ, ຝຶກອົບຮົມຄູ ແລະ ສົ່ງເສີມຄູຈົບໃໝ່ມາເປັນຄູອາສາຂອງຊຸມຊົນ, ສະໜັບສະໜູນສື່ການຮຽນ-ການສອນໃຫ້ຄູ ແລະ ນັກຮຽນ. ເຊິ່ງມີບາງບົດເລື່ອງທີ່ພົ້ນເດັ່ນ ສະແດງໃຫ້ເຫັນເຖິງຄວາມສຳເລັດຂອງບາງໂຄງການ, ຂໍເຊີນທ່ານອ່ານ ແລະ ຕິດຕາມນຳກັນໄດ້:
ຄູແກ່ນຕາ ນຳໃຊ້ເຕັກນິກການຮຽນ-ການສອນທີ່ໄດ້ຝຶກອົບຮົມຈາກໂຄງການ
ສາວຄູ ແກ່ນຕາ ອິນທະທິລາດ ອາຍຸ 21 ປີ ອາໄສຢູ່ ບ້ານ ພະນອນພອນ, ເມືອງ ອາດສະພອນ, ແຂວງສະຫວັນນະເຂດ. ພາຍຫລັງທີ່ໄດ້ຮຽນຈົບ ມ 4 ລາວໄດ້ໄປຮຽນຕໍ່ຢູ່ວິທະຍາໄລຄູສະຫວັນນະເຂດ ຫຼັກ 7 ແລະ ຫຼັງຈາກຮຽນຈົບ, ລາວກໍ່ໄດ້ກັບມາເປັນຄູອາສາຢູ່ ໂຮງຮຽນປະຖົມພະນົມພອນ ໄດ້ 3 ປີ. ສາວຄູ ແກ່ນຕາ ເປັນຜູ້ໜື່ງທີ່ມີຄວາມເອົາໃຈໃສ່ ໃນການສິດສອນນັກຮຽນເປັນຢ່າງດີ. ເຖິງຢ່າງໃດກໍ່ຕາມ, ໄລຍະຜ່ານມາລາວໄດ້ສອນຕາມຫຼັກສູດທີ່ໄດ້ຮຽນມາ ໂດຍເນັ້ນສອນຕາມປື້ມຕຳລາແບບຮຽນໃນການສິດສອນເປັນສ່ວນໃຫຍ່ ເຊີ່ງເປັນສາເຫດໜື່ງເຮັດໃຫ້ນັກຮຽນຫ້ອງປໍກຽມ ມັກຂາດໂຮງຮຽນ ແລະ ພາກັນຄ້າງຫ້ອງຮຽນ.
ສາວຄູ ແກ່ນຕາ ກໍ່ໄດ້ນໍາໃຊ້ບົດຮຽນທີ່ໄດ້ຮຽນມາ ເເລະ ລາວໄດ້ສັງເກດເຫັນວ່າ ນັກຮຽນຂອງຕົນມີສ່ວນຮ່ວມຫຼາຍຂື້ນ ເຮັດໃຫ້ນັກຮຽນດຸໝັ່ນ, ມີຄວາມກ້າສະແດງອອກ ແລະ ສາມາດຂຽນພາສາລາວໄດ້ດີຍີ່ງຂື້ນ, ຊຸກຍູ້ໃຫ້ຄູນໍາເອົາບົດຮຽນທີ່ຖອດຖອນໄດ້ໄປໃຊ້ເຂົ້າໃນການສອນຕາມຄວາມເໝາະສົມ ເຊິ່ງຄູສອນກໍ່ໄດ້ນໍາໃຊ້ເພັງ, ນິທານ, ເກມ ເປັນຕົ້້ນ ໃນການເສີມເຂົ້າໄປກ່ອນການສິດສອນ ເພື່ອໃຫ້ນັກຮຽນຜ່ອນຄາຍ ເເລະ ມ່ວນຊື່ນ ກ່ອນນໍານັກຮຽນເຂົ້າສູ່ຫຼັກສູດ ແລະ ລາວຍັງສັງເກດເຫັນໄດ້້ຈາກທີ່ ນັກຮຽນສາມາດຮ້ອງເພັງພ້ອມທັງທ່າທາງປະກອບໄດ້. ສາວຄູ ແກ່ນຕາ ຍັງໄດ້ສັງເກດເຫັນໄດ້ວ່ານັກຮຽນຂອງຕົນບໍ່ຂາດໂຮງຮຽນຫຼາຍ, ນັກຮຽນດຸໝັ່ນ, ມີຄວາມມ່ວນຊື່ນ ແລະ ຮັກການຮຽນພາສາລາວ ເຊັ່ນວ່າ: ເກມຈັບຄູ່ຮູບພາບ ແລະ ພະຍັນຊະນະການນຳໃຊ້ກິດຈະກຳຕ່າງໆທີ່ໄດ້ຈາກການຝຶກອົບຮົມ ຄູໄດ້ນຳໃຊ້ໃນເວລາກ່ອນເຂົ້າຮຽນ, ຫຼັງເຄົາລົບທຸງ ແລະ ຈັດໃນຕາຕາລາງຊົ່ວໂມງກິດຈະກຳຂອງໂຮງຮຽນ
ຂ້ອຍມີຄວາມປະທັບໃຈຫຼາຍທີ່ທາງໂຄງການໄດ້ຝຶກອົບຮົມສີ່ງໃໝ່ໆ ໂດຍສະເພາະແມ່ນວິທີສອນທີ່ໄດ້ນຳເອົາ ເກມ ແລະ ເພັງ ເຮັດໃຫ້ນັກຮຽນມີຊີວິດຊີວາ, ມ່ວນຊື່ນ, ດີໃຈທີ່ຮຽນໄດ້ ພ້ອມທັງໄດ້ຮັບການສະໜັບສະໜູນສື່ການຮຽນການສອນຈາກໂຄງການເປັນຕົ້ນແມ່ນເຄື່ອງດົນຕີ ເຮັດໃຫ້ສອນວິຊາພາລະ - ອອກກຳລັງກາຍໄດ້ດີ, ປະທັບໃຈ ໄດ້ຈັດກິດຈະກຳຢູ່ໃນໂຮງຮຽນ ໃນວັນເດັກ ແລະ ວັນຄູແຫ່ງຊາດ
ຖະໜົນວິໄລ
ເຮືອນເລກທີ 046/05
ບ້ານສຸນັນທາ, ນະຄອນໄກສອນພົມວິຫານ, ແຂວງສະຫວັນນະເຂດ
ຕູ້ປ.ນ. 1133
ໂທ/ແຟັກ: 041-252717
ອີເມວ: info@armi.la


