ສິ່ງແວດລ້ອມ ແລະ ຊັບພະຍາກອນທຳມະຊາດ
ນີ້ແມ່ນບົດເລື່ອງຄວາມສຳເລັດທີ່ກ່ຽວກັບສົ່ງເສີມການມີສ່ວນຮ່ວມຂອງຊຸມຊົນໃນການຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນທຳມະຊາດໃຫ້ມີຄວາມຍືນຍົງ ບໍ່ວ່າຈະເປັນການກຳນົດຂອບເຂດປ່າສະຫງວນ ແລະ ວັງສະຫງວນຂອງບ້ານ, ສ້າງກົດລະບຽບ, ສ້າງກຸ່ມກວດກາຕິດຕາມ ແລະ ອື່ນໆ. ໄດ້ໃຫ້ຄວາມຮູ້ກ່ຽວກັບການກຽມພ້ອມຮັບມືກັບໄພພິບັດ, ສົ່ງເສີມໃຫ້ມີການຜະລິດເຕົາປະຢັດຫຼາຍຂື້ນເພື່ອຫຼຸດຜ່ອນການສິ້ນເປືອງເຊື້ອເພີງ ແລະ ຊ່ວຍແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ. ເຊິ່ງມີບາງບົດເລື່ອງທີ່ພົ້ນເດັ່ນ ສະແດງໃຫ້ເຫັນເຖິງຄວາມສຳເລັດຂອງບາງໂຄງການ, ຂໍເຊີນທ່ານອ່ານ ແລະ ຕິດຕາມນຳກັນໄດ້:
ສິ່ງແວດລ້ອມ ແລະ ຊັບພະຍາກອນທຳມະຊາດ
ທ້າວ ສີພອນ ອາຍຸ 31 ປີ, ອາໄສຢູ່ກັບຄອບຄົວມີ ເມຍ, ພໍ່ແມ່ ແລະ ນ້ອງອີກ 1 ຄົນ ຢູ່ ບ້ານດາກຊຽງອາ, ເມືອງດາກຈຶງ, ແຂວງເຊກອງ. ເຂົາເຈົ້າມີອາຊີບຫຼັກແມ່ນ ເຮັດນາ, ເຮັດໄຮ່ ແລະ ເຮັດສວນ ເຊັ່ນດຽວກັບຄອບຄົວອື່ນໆທີ່ດຳລົງຊີວິດຢູ່ໃນເຂດນັ້ນ ເກືອບວ່າທັງໝົດແມ່ນເພິ່ງພາອາໄສທຳມະຊາດ, ແຫຼ່ງອາຫານການກິນກໍ່ມາຈາກປ່າເປັນຫຼັກບໍ່ວ່າຈະເປັນການຊອກຫາເຄື່ອງປ່າຂອງດົງ, ການລ່າສັດປ່າເພື່ອມາກິນເປັນອາຫານ ແລະ ເພື່ອຂາຍເອົາເງິນໄປຈຸນເຈືອຄອບຄົວ, ລວມໄປເຖິງແຫຼ່ງທີ່ຢູ່ອາໄສ ເຮືອນຊານບ້ານຊ່ອງ ທີ່ຢູ່ໃນຊຸມຊົນກໍ່ນຳໃຊ້ໄມ້ຈາກປ່າ ໂດຍທີ່ແຕ່ກ່ອນຊຸມຊົນບໍ່ໄດ້ມີແນວຄວາມຄິດຈະອະນຸລັກຮັກສາ ແລະ ຄຸ້ມຄອງປ່າ ເພື່ອໃຫ້ມັນຍືນຍົງ.
ພາຍຫຼັງທີ່ໂຄງການເຂົ້າເຖິງຊຸມຊົນພວກເຮົາກໍ່ໄດ້ເຜີຍແຜ່ໃຫ້ຄວາມຮູ້ ແລະ ຄວາມເຂົ້າໃຈກ່ຽວກັບຄວາມສໍາຄັນຂອງຊັບພະຍາກອນທໍາມະຊາດ, ຜົນກະທົບຕໍ່ການດໍາລົງຊີວິດຂອງຊຸມຊົນກ່ຽວກັບການຜະລິດກະສິກໍາແບບຜິດວິທີ ຈະເຮັດໃຫ້ເກີດການປ່ຽນແປງດິນຟ້າອາກາດ ແລະ ອາດຈະເຖິງຂັ້ນເກີດໄພພິບັດຈາກໄພທຳມະຊາດໄດ້, ແນະນຳໃຫ້ນໍາໃຊ້ເຄື່ອງປ່າຂອງດົງແບບຍືນຍົງ ແລະ ປູກຈິດສໍານຶກການປົກປັກຮັກສາ-ຄຸ້ມຄອງປ່າໄມ້ໃຫ້ກັບຊຸມຊົນຜ່ານການຝຶກອົບຮົມກ່ຽວກັບຫຼາຍໆຫົວຂໍ້ເຊັ່ນ:ການບໍລິຫານຄຸ້ມຄອງຊັບພະຍາກອນທໍາມະຊາດ, ການເປັນຜູ້ນໍາທີ່ດີໂດຍສອດແຊກຄວາມຮູ້ພື້ນຖານກ່ຽວກັບບົດບາດຍິງ-ຊາຍ ແລະ ອື່ນໆ. ນອກຈາກນີ້, ໂຄງການຍັງໄດ້ສົ່ງເສີມ ແລະ ສະໜັບສະໜູນໃຫ້ຊຸມຊົນເປັນເຈົ້າການໃນການປົກປັກຮັກສາ ແລະ ຄຸ້ມຄອງຊັບພະຍາກອນທໍາມະຊາດ ໂດຍໄດ້ອໍານວຍຄວາມສະດວກໃຫ້ເຂົາເຈົ້າສ້າງຕັ້ງຂອບເຂດ ແລະ ລະບຽບຂອງເຂດສະຫງວນ, ເຊິ່ງບ້ານດາກຊຽງອາ ມີປ່າສະຫງວນ 1 ແຫ່ງ ເນືອທີ່ 482 ເຮັກຕາ, ປ່າຊົມໃຊ້ 1 ແຫ່ງ ເນື້ອທີ່ 628 ເຮັກຕາ ແລະ ວັງສະຫງວນ 1 ແຫ່ງ ເນື້ອທີ່ 2,5 ເຮັກຕາ, ພ້ອມກັນນີ້ກໍ່ໄດ້ອໍານວຍຄວາມສະດວກໃນການສ້າງຕັ້ງຄະນະກໍາມະການຄຸ້ມຄອງເຂດສະຫງວນຂອງບ້ານຂື້ນ 16 ຄົນ ແລະ ມອບອຸປະກອນ-ຊຸດລາດຕະເວນ 16 ຊຸດ ໃຫ້ແກ່ເຂົາເຈົ້າ.
ຂ້າພະເຈົ້າເປັນໜຶ່ງໃນຄະນະກຳມະການຄຸ້ມຄອງຊີ້ນໍາປ່າໄມ້ບ້ານຮັບຜິດຊອບກວດກາລາດຕະເວນໃນໜ່ວຍງານຄຸ້ມຄອງຊັບພະຍາກອນທໍາມະຊາດຂອງບ້ານ, ຮູ້ສຶກພາກພູມໃຈ ແລະ ດີໃຈຫຼາຍທີ່ໂຄງການໃຫ້ຄວາມສຳຄັນກັບຊຸມຊົນເຮັດໃຫ້ຂ້າພະເຈົ້າໄດ້ມີໂອກາດເຂົ້າຮ່ວມຝຶກອົບຮົມຫຼາຍໆຢ່າງໆທີ່ໂຄງການຈັດເຮັດໃຫ້ສາມາດເຂົ້າໃຈວຽກຂອງຕົວເອງຫຼາຍຂື້ນ. ຫຼັງຈາກທີ່ໄດ້ເປັນຕົວແທນຂອງຊາວບ້ານໃນການເຂົ້າຮ່ວມແລກປ່ຽນບົດຮຽນກັບບ້ານອື່ນແລ້ວ, ຂ້າພະເຈົ້າໄດ້ນຳເອົາມາເຜີຍແຜ່ ແລະ ຖ່າຍທອດບົດຮຽນໃຫ້ກັບປະຊາຊົນພາຍໃນບ້ານໃຫ້ຮັບຮູ້ນຳກັນ ເປັນຕົ້ນແມ່ນ: ໄດ້ຮ່ວມປະຊຸມກັບອົງການຈັດຕັ້ງບ້ານ ແລະ ຊາວບ້ານ, ຂື້ນນໍາສະເໜີບົດຮຽນ ແລະ ເອົາປື້ມຄູ່ມືກ່ຽວກັບລະບຽບການຄຸ້ມຄອງປ່າໄມ້ມາອ່ານໃຫ້ກັນຟັງ ເພື່ອຫວັງວ່າພວກເຮົາຈະຊ່ວຍກັນໃນການປົກປັກຮັກສາໝູ່ບ້ານ, ຮັກສາຜືນປ່າ ແລະ ຮັກສາຄວາມອຸດົມສົມບູນຂອງຊັບພະຍາກອນທຳມະຊາດໃຫ້ມີຄວາມຍືນຍົງຕະຫຼອດຮອດເຊັ່ນລູກເຊັ່ນຫຼານ"


ຖະໜົນວິໄລ
ເຮືອນເລກທີ 046/05
ບ້ານສຸນັນທາ, ນະຄອນໄກສອນພົມວິຫານ, ແຂວງສະຫວັນນະເຂດ
ຕູ້ປ.ນ. 1133
ໂທ/ແຟັກ: 041-252717
ອີເມວ: info@armi.la


